ກົງພະນັງ ແມ່ນແກ້ງທີ່ໃຫຍ່, ເຕັມໄປດ້ວຍ ກ້ອນຫີນ ທີ່ສວຍງາມ ແລະ ມີລັກສະນະຮູບຮ່າງທີ່ແຕກຕ່າງກັນ ຢັ່ງຢາຍຕາມສາຍແມ່ນໍ້າຂອງ
ເຊິ່ງຕັ້ງຢູ່ ບ້ານໜອງບົວທ່າ, ເມືອງສອງຄອນ, ເຊິ່ງຫ່າງຈາກຕົວເມືອງເຂົ້າໄປປະມານ 18 ກິໂລແມັດ,
ໃນແກ້ງກົງພະນັງ ປະກອບດ້ວຍ ຖໍ້າທີ່ນ້ອຍ ແລະ ໃຫຍ່ ປະມານ 10 ກວ່າຖໍ້າ ທີ່ລືຊື່ ແລະ ມີປະຫວັດ ຄວາມເປັນມາອັນຍາວນານ ແລະ ໜ້າສົນໃຈ,
ແກ້ງແຫ່ງນີ້ ປະຊາຊົນ ມັກມາທ່ຽວຫຼິ້ນ ແລະ ຊົມບັນຍາກາດທີ່ສົດຊື່ນ ຈາກສາຍນໍ້າຂອງ
ແລະ ທຸກໆປີ ໄດ້ມີການຈັດງານ ເທດສະການປີໃໜ່ລາວ, ເຊິ່ງຫ່າງຈາກເທດສະບານແຂວງ
ປະມານ 78 ກິໂລແມັດ, ສາມາດເດີນທາງ ດ້ວຍຍານພາຫະນະຂະໜາດນ້ອຍ
ແລະ ໃຫຍ່ ຕາມເສັ້ນທາງທີ 13 ໃຕ້, ແວ່ເບື້ອງຂວາມື
ທີ່ບ້ານ ປາກຊ່ອງ-ລະຫານໍ້າ ເຂົ້າໄປປະມານ 20 ກິໂລແມັດ.
ທີ່ມາຂອງຊື່ “ແກ້ງກົງພະນັງ” ໃນພາສາຜູ້ໄທແມ່ນ:
ໂກ້ງພະນັງ ເຊິ່ງມີຄວາມໝາຍວ່າ: ສ້ວມທີ່ຫຸ້ມຫໍ່ ດ້ວຍສາຍໂງ່ນຫີນ ຕິດຕໍກັນບໍ່ສິ້ນສຸດ,
ປະຈຸບັນມີຄໍາພ້ຽນວ່າ “ກົງພະນັງເຂັມມະລາດ”
ລຽບຕາມສາຍຂອງ ປະມານ 150 ແມັດ, ສ້ວມກົງພະນັງ ເປັນບ່ອນທໍາມາຫາກິນ ຂອງຊາວຂອມບູຮານ ແລະ ເປັນບ່ອນຫລົບຫລີກ ຈາກການເກັບເກນໄປສ້າງ
ປະສາດຫີນ ຈາກທະຫານ ຂອງຂຸນອັງຄະລາດ ເມື່ອເຂົາເຫັນທະຫານມາ ພວກເຂົາໄດ້ພາກັນ
ໄປຫລົບຫລີກ ແລະ ລີ້ຊ່ອນຕາມຖໍ້າ ດັ່ງກ່າວ, ປາກຖໍ້າ
ເລີ່ມແຕ່ແຄມຂອງ ໄປກຸດພັນຈັນ, ບ້ານໜອງຜີ ຍາວເກືອບ ປະມານ
20 ແມັດ, ບາງຄັ້ງຍ້ອນຄວາມຮີບຮ້ອນຫຼົບຫຼີກ ພວກເຂົາຈຶ່ງລືມຜ້າແພ,
ເຄື່ອງໃຊ້ຂອງສອຍ ໄວ້ຢູ່ໃນສ້ວມຫີນ ເຮັດໃຫ້ທະຫານເຂົ້າໃຈວ່າແມ່ນເຄື່ອງ
ຂອງຄົນບັງບົດ. ໃນບໍລິເວນຖໍ້າ ຍັງມີບັນດາຖໍ້າຕ່າງ ອີກ 14 ຖໍ້າ.

ຕັ້ງຢູ່ເສັ້ນທາງດຽວທີຈະໄປພາສາດເຮືອນຫີນຫ່າງຈາກສະຫວັນນະເຂດປະມານ 65 ກິໂລແມັດພະທາດໂພ່ນເປັນສະຖານທີ່ສັກສິດຂອງເມືອງໄຊພູທອງ ອົງເຈດີຮູບຊົງເປັນຮູບວົງມົນສີຂ່າວຂະໜາດໃຫ່ຍລັກສະນະຄ້າຍທາດໝາກໂມເມືອງຫຼວງພະບາງ ສ້າງມາໄດ້ 500 ປີແລ້ວ.
ປະສາດເຮືອນຫີນແມ່ນແມານຊາກປະສາດເກົ່າແກ່ເຊິ່ງມີອາຍຸເຖິງພັນກ່ວາປີ ຢູ່ຫ່າງຈາກສະຫວັນນະເຂດໄປຕາມທາງໝາຍເລກ 13 ປະມານ 90 ກິໂລແມັດປະສາດເຮືອນຫີນເປັນຊາກປະສາດຂອນທີ່ເກົ່າແກ່ອາຍຸຫຼາຍກວ່າພັນປີຢູ່ໃນເມືອງໄຊພູທອງ.

ຫ່າງຈາກເມືອງສະຫວັນນະເຂດ 13 ກິໂລແມັດ, ອົງພະທາດສູງ 25 ແມັດ ເປັນທີ່ປະດິດສະຖານພະບົມສາລິສິລາດ ຕາມຫຼັກຖານທາງປະຫວັດສາດສັນນິຖາວ່າສ້າງໃນສະໄໜພຸດລະຕົວລົບທີ 10–11 ຕາມຕໍານານພະອຸລັງຄະລາດບອກໄວ້ວ່າ ເມື່ອພະພຸດທະເຈົ້າສະເດັດມາເມື່ອງລ້ານຊ້າງໄດ້ປະທັບຢືນກ້ອງຕົ້ນລັງທອດພະເນດພູກຳພ້າກາງແມ່ນໍ້າຂອງ ແລ້ວສົງພະຍາກອນວ່າພະພຸດທະສາດສະໜາຊິຈະເລີນຮຸ່ງເຮືອງໃນແດນນີ້ ຕໍ່ມາຈື່ງມີການສ້າງພະທາດອີງຮັງ ແລະ ພະທາດພະນົມເປັນພະທາດຄູ່ແຝດພະທາດອີງຮັງໄດ້ຮັບການເຄົາລົບສັກກະລະບູຊາຈາກຊາວລາວບໍ່ໜ້ອຍກ່ວາພະທາດຫຼວງວຽງຈັນແຕ່ລະປີຈະມີງານບຸນນະມັດຕະການພະທາດເປັນງານຍີງໃຫ່ຍເຊັ່ນດຽວກັບຊາວໄທຈັດງານປະເພນີນະມັດສະການພະທາດພະນົມງານທັງສອງທີຂະບວນແຫ່ທຽນແລະການຟ້ອນລຳທະຫວາຍອົງພະທາດເຊັ່ນດຽວກັນແຕ່ງານພະທາດອີງຮັງຈັດຂື້ນກອນຊ່ວງກາງເດືອນທັນວາສ່ວນພະທາດພະນົມຈະຈັດຂື້ນໃນຊ່ວງສິນຂອງເດືອນສາມ(ປະມານເດືອນກຸມພາ)ຂອງທຸກປີ.

ລັດທະຍານສະວີເດັນຮ່ວມກັບກົມປ່າໄມ້ລາວເປັນຜູ້ຈັດນໍາທ່ຽວບໍລິເວນນີ້ພຽງລາຍດຽວ ດ້ວຍຮູບແບບປະສົມປະສານລະຫວ່າງການທ່ອງທ່ຽວເຊິ່ງອະນຸລັກໄດ້ແກ່ການເດີນປ່າ ປີນເຂົາ ແລະ ໂດດສະລິງເຂົ້າພັັກໃນບ້ານຂອງຊົນກຸ່ມນ້ອຍທ່ອງຖິ່ນເພື່ອສຳພັດຊີວິດຄວາມເປັນຢູ່ຂອງພວກເຂົາຢ່າງໃກ້ຊິດ ສຳລັບນັກເດີນທາງທີ່ມັກໃນການປະຈົນໄພ ການມາທີ່ປ່າສະຫງວນພູຊ້າງແຫເອີ້ນໄດ້ວ່າຕອບສະໜອງໄດ້ເຕັມທີ່ ທ່ານອາດເລີ່ມຕົ້ນດ້ວຍການເດີນປ່າສືກສາເສັ້ນທາງທຳມະຊາດ ເບິ່ງສັດປ່າ ກິດຈະກໄເດີນເຂົາ ຂື້ນໄປຊົມວິວທິວທັດດ້ານເທິ່ງທີ່ເຫັນເບິ່ງເຫັນທຳມະຊາດອັນສວຍງານ.
6. ພິພິຕະພັນໄດໂນເສົາ.
ຕັ້ງຢູ່ຫ່າງຈາກວັດໄຊສົມບູນ 500 ແມັດເວລາເປີດ 08:00 – 12:00 ແລະ 13:00 – 16:00 ເຊິງເປັນແຫ່ງທ່ອງທ່ຽວປະຫວັດສາດທີ່ມີຊື່ສຽງໃນສະຫວັນນະເຂດ ສະແດງຮ່ອງຮອຍການປະກົດຂອງສິ່ງທີມີຊີວິດຂະໜາດໃຫ່ຍທີ່ສຸດໃນໂລກ ແລະຄວາມສາມາດຂອງນັກບູລານຄະດີຊາວລາວທີລວມກັບບູລານຄະດີຝຮັ່ງເສດ ຈຸດເດັ່ນທີ່ໜ້າສົນໃຈແມ່ນການຄົ້ນພົບກະດູກ ແລະຮອຍຕີນໄດໂນເສົາ 2 ປະເພດ 4 ສາຍພັນ ຄືປະເພດກິນຊີ້ນ 1 ສາຍພັນ, ປະເພດກິນພຶດ 3 ສາຍພັນໂດຍຮ່ອງຮອຍກະດູກໄດໂນເສົາທີ່ສົມບູນທີ່ສຸດທີ່ຖືກຄົ້ນພົບຢູ່ສະຫວັນນະເຂດນັ້ນແມ່ນສ່ວນຫາງຂອງມັນ ນອກນີ້ຍັງມີສິ້ນສ່ວນຫົວແລະແຂ້ວສັດດືກດຳບັນລັກສະນະຄ້າຍກິ່ງກາຍັກເປັນສັດເຄິ່ງບົກເຄິ່ງນ້ຳ ຊຶ່ງເຊື່ອກັນວ່າເປັນສັດລ້ຽງລູກດ້ວຍນົມ ທີ່ເກີດກອນຍຸກສະໄໜຂອງໄດໂນເສົາຈັດສະແດງຢູ່ພິພິຕະພັນດັ່ງກ່າວ.