1.
ວັດທາດໂພ່ນ.
ຕັ້ງຢູ່ເສັ້ນທາງດຽວທີຈະໄປພາສາດເຮືອນຫີນຫ່າງຈາກສະຫວັນນະເຂດປະມານ 65 ກິໂລແມັດພະທາດໂພ່ນເປັນສະຖານທີ່ສັກສິດຂອງເມືອງໄຊພູທອງ ອົງເຈດີຮູບຊົງເປັນຮູບວົງມົນສີຂ່າວຂະໜາດໃຫ່ຍລັກສະນະຄ້າຍທາດໝາກໂມເມືອງຫຼວງພະບາງ ສ້າງມາໄດ້ 500 ປີແລ້ວ.
2.
ວັດພະທາດອີງຮັງ.
ຫ່າງຈາກເມືອງສະຫວັນນະເຂດ 13 ກິໂລແມັດ,
ອົງພະທາດສູງ 25 ແມັດ ເປັນທີ່ປະດິດສະຖານພະບົມສາລິສິລາດ
ຕາມຫຼັກຖານທາງປະຫວັດສາດສັນນິຖາວ່າສ້າງໃນສະໄໜພຸດລະຕົວລົບທີ 10–11
ຕາມຕໍານານພະອຸລັງຄະລາດບອກໄວ້ວ່າ ເມື່ອພະພຸດທະເຈົ້າສະເດັດມາເມື່ອງລ້ານຊ້າງໄດ້ປະທັບຢືນກ້ອງຕົ້ນລັງທອດພະເນດພູກຳພ້າກາງແມ່ນໍ້າຂອງ
ແລ້ວສົງພະຍາກອນວ່າພະພຸດທະສາດສະໜາຊິຈະເລີນຮຸ່ງເຮືອງໃນແດນນີ້
ຕໍ່ມາຈື່ງມີການສ້າງພະທາດອີງຮັງ ແລະ
ພະທາດພະນົມເປັນພະທາດຄູ່ແຝດພະທາດອີງຮັງໄດ້ຮັບການເຄົາລົບສັກກະລະບູຊາຈາກຊາວລາວບໍ່ໜ້ອຍກ່ວາພະທາດຫຼວງວຽງຈັນແຕ່ລະປີຈະມີງານບຸນນະມັດຕະການພະທາດເປັນງານຍີງໃຫ່ຍເຊັ່ນດຽວກັບຊາວໄທຈັດງານປະເພນີນະມັດສະການພະທາດພະນົມງານທັງສອງທີຂະບວນແຫ່ທຽນແລະການຟ້ອນລຳທະຫວາຍອົງພະທາດເຊັ່ນດຽວກັນແຕ່ງານພະທາດອີງຮັງຈັດຂື້ນກອນຊ່ວງກາງເດືອນທັນວາສ່ວນພະທາດພະນົມຈະຈັດຂື້ນໃນຊ່ວງສິນຂອງເດືອນສາມ(ປະມານເດືອນກຸມພາ)ຂອງທຸກປີ.
3.
ປະສາດເຮືອນຫີນ.
ປະສາດເຮືອນຫີນແມ່ນແມານຊາກປະສາດເກົ່າແກ່ເຊິ່ງມີອາຍຸເຖິງພັນກ່ວາປີ
ຢູ່ຫ່າງຈາກສະຫວັນນະເຂດໄປຕາມທາງໝາຍເລກ 13 ປະມານ 90 ກິໂລແມັດປະສາດເຮືອນຫີນເປັນຊາກປະສາດຂອນທີ່ເກົ່າແກ່ອາຍຸຫຼາຍກວ່າພັນປີຢູ່ໃນເມືອງໄຊພູທອງ.
4.
ປ່າສະຫງວນພູຊ້າງແຫ.
ລັດທະຍານສະວີເດັນຮ່ວມກັບກົມປ່າໄມ້ລາວເປັນຜູ້ຈັດນໍາທ່ຽວບໍລິເວນນີ້ພຽງລາຍດຽວ ດ້ວຍຮູບແບບປະສົມປະສານລະຫວ່າງການທ່ອງທ່ຽວເຊິ່ງອະນຸລັກໄດ້ແກ່ການເດີນປ່າ
ປີນເຂົາ ແລະ ໂດດສະລິງເຂົ້າພັັກໃນບ້ານຂອງຊົນກຸ່ມນ້ອຍທ່ອງຖິ່ນເພື່ອສຳພັດຊີວິດຄວາມເປັນຢູ່ຂອງພວກເຂົາຢ່າງໃກ້ຊິດ
ສຳລັບນັກເດີນທາງທີ່ມັກໃນການປະຈົນໄພ
ການມາທີ່ປ່າສະຫງວນພູຊ້າງແຫເອີ້ນໄດ້ວ່າຕອບສະໜອງໄດ້ເຕັມທີ່
ທ່ານອາດເລີ່ມຕົ້ນດ້ວຍການເດີນປ່າສືກສາເສັ້ນທາງທຳມະຊາດ ເບິ່ງສັດປ່າ ກິດຈະກໄເດີນເຂົາ
ຂື້ນໄປຊົມວິວທິວທັດດ້ານເທິ່ງທີ່ເຫັນເບິ່ງເຫັນທຳມະຊາດອັນສວຍງານ.
5.
ພິພິຕະພັນໄດໂນເສົາ.
ຕັ້ງຢູ່ຫ່າງຈາກວັດໄຊສົມບູນ 500 ແມັດເວລາເປີດ 08:00 – 12:00 ແລະ 13:00 – 16:00 ເຊິງເປັນແຫ່ງທ່ອງທ່ຽວປະຫວັດສາດທີ່ມີຊື່ສຽງໃນສະຫວັນນະເຂດ ສະແດງຮ່ອງຮອຍການປະກົດຂອງສິ່ງທີມີຊີວິດຂະໜາດໃຫ່ຍທີ່ສຸດໃນໂລກ ແລະຄວາມສາມາດຂອງນັກບູລານຄະດີຊາວລາວທີລວມກັບບູລານຄະດີຝຮັ່ງເສດ ຈຸດເດັ່ນທີ່ໜ້າສົນໃຈແມ່ນການຄົ້ນພົບກະດູກ ແລະຮອຍຕີນໄດໂນເສົາ 2 ປະເພດ 4 ສາຍພັນ ຄືປະເພດກິນຊີ້ນ 1 ສາຍພັນ, ປະເພດກິນພຶດ 3 ສາຍພັນໂດຍຮ່ອງຮອຍກະດູກໄດໂນເສົາທີ່ສົມບູນທີ່ສຸດທີ່ຖືກຄົ້ນພົບຢູ່ສະຫວັນນະເຂດນັ້ນແມ່ນສ່ວນຫາງຂອງມັນ ນອກນີ້ຍັງມີສິ້ນສ່ວນຫົວແລະແຂ້ວສັດດືກດຳບັນລັກສະນະຄ້າຍກິ່ງກາຍັກເປັນສັດເຄິ່ງບົກເຄິ່ງນ້ຳ ຊຶ່ງເຊື່ອກັນວ່າເປັນສັດລ້ຽງລູກດ້ວຍນົມ ທີ່ເກີດກອນຍຸກສະໄໜຂອງໄດໂນເສົາຈັດສະແດງຢູ່ພິພິຕະພັນດັ່ງກ່າວ.
6.
ແກ້ງກົງພະນັງ
No comments:
Post a Comment