1.
ແກ້ງກົງພະນັງ
2. ວັດທາດໂພ່ນ.
ຕັ້ງຢູ່ເສັ້ນທາງດຽວທີຈະໄປພາສາດເຮືອນຫີນຫ່າງຈາກສະຫວັນນະເຂດປະມານ 65 ກິໂລແມັດພະທາດໂພ່ນເປັນສະຖານທີ່ສັກສິດຂອງເມືອງໄຊພູທອງ ອົງເຈດີຮູບຊົງເປັນຮູບວົງມົນສີຂ່າວຂະໜາດໃຫ່ຍລັກສະນະຄ້າຍທາດໝາກໂມເມືອງຫຼວງພະບາງ ສ້າງມາໄດ້ 500 ປີແລ້ວ.
3. ປະສາດເຮືອນຫີນ.
ປະສາດເຮືອນຫີນແມ່ນແມານຊາກປະສາດເກົ່າແກ່ເຊິ່ງມີອາຍຸເຖິງພັນກ່ວາປີ ຢູ່ຫ່າງຈາກສະຫວັນນະເຂດໄປຕາມທາງໝາຍເລກ 13 ປະມານ 90 ກິໂລແມັດປະສາດເຮືອນຫີນເປັນຊາກປະສາດຂອນທີ່ເກົ່າແກ່ອາຍຸຫຼາຍກວ່າພັນປີຢູ່ໃນເມືອງໄຊພູທອງ.
4. ວັດພະທາດອີງຮັງ.
ຫ່າງຈາກເມືອງສະຫວັນນະເຂດ 13 ກິໂລແມັດ, ອົງພະທາດສູງ 25 ແມັດ ເປັນທີ່ປະດິດສະຖານພະບົມສາລິສິລາດ ຕາມຫຼັກຖານທາງປະຫວັດສາດສັນນິຖາວ່າສ້າງໃນສະໄໜພຸດລະຕົວລົບທີ 10–11 ຕາມຕໍານານພະອຸລັງຄະລາດບອກໄວ້ວ່າ ເມື່ອພະພຸດທະເຈົ້າສະເດັດມາເມື່ອງລ້ານຊ້າງໄດ້ປະທັບຢືນກ້ອງຕົ້ນລັງທອດພະເນດພູກຳພ້າກາງແມ່ນໍ້າຂອງ ແລ້ວສົງພະຍາກອນວ່າພະພຸດທະສາດສະໜາຊິຈະເລີນຮຸ່ງເຮືອງໃນແດນນີ້ ຕໍ່ມາຈື່ງມີການສ້າງພະທາດອີງຮັງ ແລະ ພະທາດພະນົມເປັນພະທາດຄູ່ແຝດພະທາດອີງຮັງໄດ້ຮັບການເຄົາລົບສັກກະລະບູຊາຈາກຊາວລາວບໍ່ໜ້ອຍກ່ວາພະທາດຫຼວງວຽງຈັນແຕ່ລະປີຈະມີງານບຸນນະມັດຕະການພະທາດເປັນງານຍີງໃຫ່ຍເຊັ່ນດຽວກັບຊາວໄທຈັດງານປະເພນີນະມັດສະການພະທາດພະນົມງານທັງສອງທີຂະບວນແຫ່ທຽນແລະການຟ້ອນລຳທະຫວາຍອົງພະທາດເຊັ່ນດຽວກັນແຕ່ງານພະທາດອີງຮັງຈັດຂື້ນກອນຊ່ວງກາງເດືອນທັນວາສ່ວນພະທາດພະນົມຈະຈັດຂື້ນໃນຊ່ວງສິນຂອງເດືອນສາມ(ປະມານເດືອນກຸມພາ)ຂອງທຸກປີ.
5. ປ່າສະຫງວນພູຊ້າງແຫ.
ລັດທະຍານສະວີເດັນຮ່ວມກັບກົມປ່າໄມ້ລາວເປັນຜູ້ຈັດນໍາທ່ຽວບໍລິເວນນີ້ພຽງລາຍດຽວ ດ້ວຍຮູບແບບປະສົມປະສານລະຫວ່າງການທ່ອງທ່ຽວເຊິ່ງອະນຸລັກໄດ້ແກ່ການເດີນປ່າ ປີນເຂົາ ແລະ ໂດດສະລິງເຂົ້າພັັກໃນບ້ານຂອງຊົນກຸ່ມນ້ອຍທ່ອງຖິ່ນເພື່ອສຳພັດຊີວິດຄວາມເປັນຢູ່ຂອງພວກເຂົາຢ່າງໃກ້ຊິດ ສຳລັບນັກເດີນທາງທີ່ມັກໃນການປະຈົນໄພ ການມາທີ່ປ່າສະຫງວນພູຊ້າງແຫເອີ້ນໄດ້ວ່າຕອບສະໜອງໄດ້ເຕັມທີ່ ທ່ານອາດເລີ່ມຕົ້ນດ້ວຍການເດີນປ່າສືກສາເສັ້ນທາງທຳມະຊາດ ເບິ່ງສັດປ່າ ກິດຈະກໄເດີນເຂົາ ຂື້ນໄປຊົມວິວທິວທັດດ້ານເທິ່ງທີ່ເຫັນເບິ່ງເຫັນທຳມະຊາດອັນສວຍງານ.
6. ພິພິຕະພັນໄດໂນເສົາ.
ຕັ້ງຢູ່ຫ່າງຈາກວັດໄຊສົມບູນ 500 ແມັດເວລາເປີດ 08:00 – 12:00 ແລະ 13:00 – 16:00 ເຊິງເປັນແຫ່ງທ່ອງທ່ຽວປະຫວັດສາດທີ່ມີຊື່ສຽງໃນສະຫວັນນະເຂດ ສະແດງຮ່ອງຮອຍການປະກົດຂອງສິ່ງທີມີຊີວິດຂະໜາດໃຫ່ຍທີ່ສຸດໃນໂລກ ແລະຄວາມສາມາດຂອງນັກບູລານຄະດີຊາວລາວທີລວມກັບບູລານຄະດີຝຮັ່ງເສດ ຈຸດເດັ່ນທີ່ໜ້າສົນໃຈແມ່ນການຄົ້ນພົບກະດູກ ແລະຮອຍຕີນໄດໂນເສົາ 2 ປະເພດ 4 ສາຍພັນ ຄືປະເພດກິນຊີ້ນ 1 ສາຍພັນ, ປະເພດກິນພຶດ 3 ສາຍພັນໂດຍຮ່ອງຮອຍກະດູກໄດໂນເສົາທີ່ສົມບູນທີ່ສຸດທີ່ຖືກຄົ້ນພົບຢູ່ສະຫວັນນະເຂດນັ້ນແມ່ນສ່ວນຫາງຂອງມັນ ນອກນີ້ຍັງມີສິ້ນສ່ວນຫົວແລະແຂ້ວສັດດືກດຳບັນລັກສະນະຄ້າຍກິ່ງກາຍັກເປັນສັດເຄິ່ງບົກເຄິ່ງນ້ຳ ຊຶ່ງເຊື່ອກັນວ່າເປັນສັດລ້ຽງລູກດ້ວຍນົມ ທີ່ເກີດກອນຍຸກສະໄໜຂອງໄດໂນເສົາຈັດສະແດງຢູ່ພິພິຕະພັນດັ່ງກ່າວ.
No comments:
Post a Comment